ແຄ້ນໃຫ້ຍາມ ຢູ່ທະນາຄານ! ເລີຍເຮັດໃສ່! ຄັກບໍ່ມຶງ - ກູວ່າແລ້ວ

New Fun

ຢູ່ທີ່ນີ້ ມີແຕ່ຮອຍຍິ້ມ | Super Fun

Post Top Ad

Post Top Ad

Saturday, July 22, 2017

ແຄ້ນໃຫ້ຍາມ ຢູ່ທະນາຄານ! ເລີຍເຮັດໃສ່! ຄັກບໍ່ມຶງ


ມື້ນີ້ ມີເລື່ອງມາລະບາຍສູ່ຟັງ! ເວົ້າແທ້ໆ ແຄ້ນມັນແຮງນະ ອັນພະນັກງານ ບໍ່ຮູ້ຈັກໜ້າທີ່.
ເລື່ອງມີຢູ່ວ່າ ຂ້ອຍນີ້ນະ ໄປທະນາຄານ ຢູ່ວຽງຈັນນີແຫຼະ! ກະແນວຂ້ອຍມັກແຕ່ງຕົວທຳມະດາ ນຸ່ງເສື້ອຍືດ ໂສ້ງຂາສັ້ນ ເກີບແຕະ. ແມ່ຂ້ອຍບອກໃຫ້ໄປຖອນເງິນ ກະໄປຕາມແມ່ບອກ.

ໄປຮອດໜ້າປະຕູທະນາຄານ ມີຍາມໄຂປະຕູ ແຕ່ລະຄົນທີ່ຍ່າງເຂົ້າໄປ ອ້າຍບ່າວຍາມກະໄຂປະຕູ ທັງຍິ້ມໃສ່ພ້ອມ. ຜູ່ສາວງາມໆ ເພິ່ນແຮງ ເປີດປະຕູໃຫ້ບັກກວ້າງໆ. ເອົາໃຈໃສຂະໜາດ.

ບາດຮອດຕອນຂ້ອຍກະລັງຈະຍ່າງເຂົ້າໄປ! ໂອ໋ຍ! ມັນລະຢືນເສີຍໆໆ. ແຖມຍັງ ແນມດ້ວຍສາຍຕາມາເບິ່ງຂ້ອຍ ແຕ່ຫົວຈົນຮອດເກີບແຕະປາຍຕີນ. ຂ້ອຍບໍ່ຫຼາຍເລື້ອງ ໄຂປະຕູເຂົ້າໄປເອງ. ຍ່າງໄປເຄົາເຕີຖອນເງິນ.

ຢາກເຮັດໃສ່ ບັກຍາມນັ້ນແດ່ ຂ້ອຍກະເລີຍ ຈົກປື້ມທະນາຄານ ເງິນບາດຂອງແມ່ຂ້ອຍ ຢືນໃຫ້ພະນັກງານເຄົ້າເຕີ້ ພ້ອມທັງຮ້ອງຂຶ້ນດ່ັ່ງ.

ຂ້ອຍ: ມື້ນີ້ຂ້ອຍຊິມາຖອນເງິນ 3 ແສນບາດ.

ຫຼັງຈາກຍືນປື້ມບັນຊີໃຫ້ພະນັກງານແລ້ວ,  ຫຼຽວເບິ່ງໜ້າໝໍຍາມຈົນມັນໜ້າຈືດ. ຄົນມານັ່ງຖອນແຖວນັ້ນ ກະເບິ່ງໜ້າກັນມະລ້ອມມະແລັມ. ຄັກບໍ່! ຈາກນັ້ນ, ພະນັກງານສາວກະເອີ້ຍຂ້ອຍໄປຫາໃກ້ໆແລ້ວກະຊິບໃສ່ຫູວ່າ.

ພະນັກງານສາວ: ອ້າຍໆ ຖອນສາມແສນບາດແທ້ວະ?  ບັນຊີ້ແມ່ອ້າຍມີແຕ່ເງິນ 5 ພັນບາດໄດ໋!
ຂ້ອຍ: &#$*%#&#$&#&%#&#Q@@


ໂດຍ: ສິດ ຈະເລີນ ການຊ່າງ

No comments:

Post a Comment

Post Top Ad